ຜົນການຈັດຕັ້ງປະຕິບັດວຽກງານ ປທສ ສົກປີ 2010-2011
ກອງປະຊຸມສະຫລຸບ ວຽກງານໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ປະຈຳປີ 2012 ໄດ້ໄຂຂຶ້ນໃນວັນທີ 19-20 ມີນາ 2012 ທີ່ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໂດຍການເປັນກຽດເຂົ້າຮ່ວມ ແລະ ໃຫ້ທິດຊີ້ນຳຂອງທ່ານ ພົນໂທ ດວງໃຈ ພິຈິດ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີວ່າການກະຊວງປ້ອງກັນປະເທດ ຜູ້ຊີ້ນຳວຽກງານໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ
|
ພິທີເຊັນສັນຍາເຊື່ອມຕໍ່ອິນເຕີເນັດ ອອກສູ່ສາກົນ
ທ່ານ ພົນໂທ ດວງໃຈ ພິຈິດ ເປິດການນໍາໃຊ້ ຕົວອັກສອນລາວ ເພັດຊະລາດ
ທ່ານ ຫຽມ ພົມມະຈັນ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ການພັດທະນາຕົວອັກສອນລາວ ເພັດຊະລາດ
ທ່ານ ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ຈາກກະຊວງ ຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ
|











ພິທີເຊັນສັນຍາເຊື່ອມຕໍ່ອິນເຕີເນັດ ອອກສູ່ສາກົນ Tier 1 ລະ ຫວ່າງ ສູນອິນ ເຕີເນັດ ແຫ່ງຊາດ (ສອຊ) ແລະ ບໍລິສັດ NTT com ປະເທດ ຢີ່ປຸ່ນ ໄດ້ຈັດ ຂື້ນທີຮົງກົງ ສປຈີນ ໃນວັນທີ 7 ກຸມພາ 2012 ຕາງໜ້າຝ່າຍ ສອຊ ລົງນາມ ແມ່ນ ທ່ານ ຄໍາຄິດ ໄຊສົງຄາມ ຫົວໜ້າ ສູນອິນເຕີເນັດ ແຫ່ງ ຊາດ ແລະ ຕາງໜ້າ ຝ່າຍ TT com ລົງນາມໂດຍ ທ່ານ ຕາກາໂນ ໂບໄມດາ ປະທານບໍລິ ສັດ TTcom, TT com ຈຳ ນວນໜຶ່ງ ເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ພົນໂທ ດວງໃຈພິຈິດ ກົມການເມືອງສູນ ກາງພັກ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງປ້ອງ ກັນປະເທດ, ຜູ້ຊີ້ນໍາ ວຽກງານ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ ໃຫ້ກຽດເປິດ ການນໍາໃຊ້ຕົວອັກສອນ ລາວເພັດຊະລາດ ໃນລະບົບຄອມພິວເຕີ ແລະ ມືຖືຢ່າງ ເປັນທາງການ ທີ່ງານເປິດການນໍາໃຊ້ ແລະ ວາງສະແດງຕົວ ອັກສອນລາວ ເພັດຊະລາດ ໃນລະ ບົບຄອມ ພິວເຕີ ແລະ ມືຖື ໃນວັນ ທີ່ 29 ທັນວາ 2011.
ທ່ານ ຫຽມ ພົມມະຈັນ ລັດຖະມົນຕີ ວ່າການ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການ ສື່ສານ ກ່າວສະແດງ ຄວາມຊົມເຊີຍ ຕໍ່ຜົນສໍາເລັດ ຂອງການຄົ້ນຄ້ວາ ແລະ ພັດທະນາຕົວ ອັກສອນ ລາວ ເພັດຊະລາດໃນ ລະບົບ ຄອມພິວເຕີ ແລະ ມືຖື ເຕັກໂນໂລຊີສື່ສານຂໍ້ມູນຂ່າວ ສານ ຫລື ເວົ້າກັນຫຍໍ້ໆວ່າ ICT,ແມ່ນເປັນເຄື່ອງມື ແລະ ພາ ຫະນະທີ່ທັນສະໄຫມ ເພື່ອເພີ່ມ ປະສິດທິພາບ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການຄຸ້ມຄອງຂອງລັດ, ການຜະ ລິດ, ການຄ້າ, ການຕິດຕໍ່ພົວພັນ ແລະ ໄດ້ກາຍເປັນຄວາມຕ້ອງການ ຂອງຊີວິດປະຈຳວັນຂອງສັງຄົມ ໃນທົ່ວໂລກ.
ທ່ານ ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ຈາກກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດ ນາມ ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ຫງວຽນ ບັກຊອນ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ພ້ອມຄະ ນະ ໃນວັນທີ 16 ຕຸລາ 2011 ຢູ່ຫ້ອງຮັບແຂກ ຫ້ອງວ່າການລັດຖະບານ. ທ່ານ ລັດ ຖະມົນຕີ ຫງວຽນ ບັກຊອນ ໄດ້ລາຍງານຜົນການເຮັດວຽກກັບ ກະຊວງ ປທສ ຂອງລາວ ແລະ ໄດ້ສະແດງຄວາມຫວັງວ່າ ລັດຖະບານລາວ ຈະສ້າງເງື່ອນໄຂສະດວກ ໃຫ້ແກ່ການປະຕິບັດສັນ ຍາຮ່ວມມື.





